..... ຄວາມຮູ້ເປັນສົມບັດອັນລໍ້າຄ່າ, ການສຶກສາຮໍ່າຮຽນ, ໝັ່ນພຽນ, ພະຍາຍາມ, ອົດທົນ, ເປັນຫົນທາງໄປສູ່ຄວາມສະຫວ່າງ ສະໄຫວ ແລະ ສົດໃສໃນອະນາຄົດ ....
..:::: www.rbaclao.com :::.. ================================================================ ມື້ນີ້

 
**********************************************************************************************
ຫຼັກສູດວິຊາຮຽນ
 
       ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ໄດ້ຮັບການອະນຸມັດຈາກ ທ່ານ ລັດຖະມົນຕີວ່າການ ກະຊວງສຶກສາທິການ ເລກທີ: 1860/ສສ.ອຊ/2002 ລົງວັນທີ: 11/11/2002 ໃຫ້ເປີດສອນລະດັບ ປະລິນຍາຕີ ຊຶ່ງມີສອງຄະນະຄື:
    1. ຄະນະບໍລິຫານທຸລະກິດ
    2. ຄະນະພາສາສາດ
ກ. ຄະນະບໍລິຫານທຸລະກິດ ແຍກອອກເປັນ 4 ສາຂາວິຊາຄື:
- ປະລິນຍາຕີ ສາຂາການຈັດການ
- ປະລິນຍາຕີ ສາຂາການເງິນ ແລະ ການທະນາຄານ
- ປະລິນຍາຕີ ສາຂາການບັນຊີ
- ປະລິນຍາຕີ ສາຂາການຕະຫຼາດ
ຂ. ຄະນະພາສາສາດ
- ປະລິຍາຕີ ພາສາອັງກິດທຸລະກິດ
ນອກຈາກລະບົບປະລິນຍາຕີແລ້ວ ທາງວິທະຍາໄລ ຍັງໄດ້ເປີດສອນ ລະດັບຊັ້ນຕົ້ນ 1 ປີ,
ລະດັບຊັ້ນກາງ 2 ປີ ແລະ ລະດັບຊັ້ນສູງ 3 ປີ.
      ຮັບເປີດສອນໄລຍະສັ້ນ ລົງເລິກບາງວິຊາສະເພາະ ເຊິ່ງໃຊ້ເວລາຮຽນແຕ່ 2 ເດືອນ ຫາ 1 ປີ ເຊັ່ນ: ວິຊາ ຄອມພີວເຕີ, ພິມດີດ, ການບັນຊີ, ເລຂານຸການ, ການໂຮງແຮມ, ການທ່ອງທ່ຽວ, ພາສາຕ່າງປະເທດ, ຮຽນນຂັບລົດ ຕັ້ງແຕ່ລົດຈັກ ຈົນເຖິງລົດໂດຍສານ.
      ນອກຈາກນີ້ ຍັງຮັບບໍລິການຈັດຝຶກອົບຮົມລົງເລິກບາງວິຊາໃຫ້ແກ່ໂຄງການ ແລະ ສຳນັກງານ ອົງການຈັດຕັ້ງ ບໍລິສັດຫົວໜ່ວຍທຸລະກິດຕ່າງໆ.
* ຫຼັກສູດປະລິນຍາໂທ 2 ປີ ຈົບ ( ຮຽນສະເພາະແຕ່ວັນເສົາ ແລະ ວັນອາທິດ )
     ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ໄດ້ຮ່ວມມືກັບ ວິທະຍາໄລ ສັນຕະພົນ
( ປະເທດໄທ ) ເປີດສອນລະດັບປະລິນຍາໂທ ຫຼັກສູດ 2 ປີ ໃນຄະແໜງ ບໍລິຫານທຸລະກິດ
( Master Degree of Business Administration ) ຫຼື ( M.B.A ).
ສາຂາທີ່ຮຽນປະກອບມີ:
+ ສາຂາວິຊາ ການເງິນ ( Finance )
+ ສາຂາວິຊາ ການບັນຊີ ( Accounting )
+ ສາຂາວິຊາ ການບໍລິຫານ ( Management )
+ ສາຂາວິຊາ ການຕະຫຼາດ ( Marketing )
+ ສາຂາວິຊາ ເທັກໂນໂລຍີ ຂໍ້ມູນຂ່າວສານ ( Information Technology )
ໂຄງສ້າງຫຼັກສູດ ປະລິນຍາໂທ
ໝວດວິຊາເສີມພື້ນຖານ 15 ໜ່ວຍກິດ
+ ສຶກສາຕາມແຜນ ກ
- ໝວດວິຊາຫຼັກ            24    ໜ່ວຍກິດ
- ໝວດວິຊາເລືອກ          06    ໜ່ວຍກິດ
- ວິທະຍານິພົນ             12    ໜ່ວຍກິດ
      ລວມຈຳນວນໜ່ວຍກິດ 42    ໜ່ວຍກິດ    
+ ສຶກສາຕາມແຜນ ຂ
- ໝວດວິຊາຫຼັກ            24    ໜ່ວຍກິດ
- ໝວດວິຊາເລືອກ          15    ໜ່ວຍກິດ
- ສຶກສາຄົ້ນຄວ້າດ້ວຍຕົນເອງ  03    ໜ່ວຍກິດ
       ລວມຈຳນວນໜ່ວຍກິດ 42    ໜ່ວຍກິດ
Copyright© 2007 RATTANA BUSINESS ADMINISTRATION COLLEGE
E-mail: rbac@laoskytelecom.