..... ຄວາມຮູ້ເປັນສົມບັດອັນລໍ້າຄ່າ, ການສຶກສາຮໍ່າຮຽນ, ໝັ່ນພຽນ, ພະຍາຍາມ, ອົດທົນ, ເປັນຫົນທາງໄປສູ່ຄວາມສະຫວ່າງ ສະໄຫວ ແລະ ສົດໃສໃນອະນາຄົດ ....
..:::: www.rbaclao.com :::.. ================================================================ ມື້ນີ້

 
**********************************************************************************************
ເງື່ອນໄຂຜູ້ທີ່ຈະເຂົ້າຮຽນ
 
   
+ ເງື່ອນໄຂຜູ້ທີ່ຈະເຂົ້າສຶກສາ ລະດັບປະລິນຍາໂທ
- ຕ້ອງຮຽນຈົບປະລິນຍາຕີ
- ສາມາດເວົ້າ, ຟັງ ແລະ ອ່ານ ພາສາໄທໄດ້
- ມີຄວາມຮູ້ທາງດ້ານພາສາອັງກິດ ລະດັບປານກາງ

+ ມາດຕະຖານຂອງຜູ້ທີ່ຈະເຂົ້າຮຽນ :
> ສຳເລັດການສຶກສາ ມັດທະຍົມຕອນປາຍ ຫຼື ທຽບເທົ່າ
> ຜູ້ສຳເລັດການສຶກສາ ລະດັບຊັ້ນກາງ ຫຼື ຊັ້ນສູງ
> ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ໃນສາຂາສາອື່ນໆ …
> ເປັນຜູ້ທີ່ບໍ່ມີພະຍາດຕິດຕໍ່ຮ້າຍແຮງ ແລະ ເປັນອຸປະສັກຕໍ່ການສຶກສາ
> ເປັນຜູ້ທີ່ບໍ່ມີຄະດີ ອາຍາມາກ່ອນ ຫຼື ກະທຳຜິດຕໍ່ກົດໝາຍບ້ານເມືອງ
> ເປັນຜູ້ທີ່ບໍ່ຖືກໄລ່ອອກ ຈາກສະຖາບັນອື່ນໆມາກ່ອນ
+ ເງື່ອນໄຂໃນການສອບເສັງທຽບ ປີ 2 ແລະ ປີ 3
      - ນັກສຶກສາທີ່ຮຽນຈົບການສຶກສາ ມາຈາກສະຖາບັນອື່ນໆ
- ຈົບຈາກ ວ.ວ.ພ ສາຍສັງຄົມ, ທຳມະຊາດ 2
- ຈົບຈາກ ອາຊີວະສຶກສາ ຊັ້ນກາງ ລະບົບ ( 11 + 3 )
- ຈົບຈາກ ອາຊີວະສຶກສາ ຊັ້ນສູງ ລະບົບ ( 11 + 3 )
- ຈົບຈາກ ວິທະຍາໄລຄູ ລະບົບ ( 11 + 3 )
ນັກສຶກສາດັ່ງກ່າວ ສາມາດປະກອບເອກະສານ ເຂົ້າສອບເສັງ ຢູ່ໃນຫຼັກສູດ ປະລິນຍາ
ຕີ ໃນປີ 2 ຫຼື ປີ 3 ເຊິ່ງທາງວິທະຍາໄລ ຈະເບິ່ງຜົນ ແລະ ໃບຄະແນນທີ່ຮຽນຈົບຜ່ານມາ
ເປັນຫຼັກ.ຖ້າຜ່ານການສອບເສັງ ໄດ້ຄະແນນຕາມລະດັບຄາດໝາຍ ຂອງວິທະຍາໄລ ກຳນົດໄວ້ ຈຶ່ງຈະມີສິດ ເຂົ້າຮຽນໄດ້.
+ ເອກະສານທີ່ຈະປະກອບເຂົ້າຮຽນ :
ໃບຄຳຮ້ອງຂອງ ວິທະຍາໄລ RBAC ກຳນົດໃຫ້
- ສຳເນົາໃບຢັ້ງຢືນຈົບການສຶກສາ ມັດທະຍົມຕອນປາຍ ຫຼື ທຽບເທົ່າ
- ສຳເນົາໃບຄະແນນທີ່ຮຽນຈົບ ມັດທະຍົມຕອນປາຍ
- ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາບັດປະຈຳຕົວ (ຖ້າມີ)
- ຮູບຖ່າຍ ຂະໜາດ 3x4 ຈຳນວນ 4 ໃບ.
Copyright© 2007 RATTANA BUSINESS ADMINISTRATION COLLEGE
E-mail: rbac@laoskytelecom.